ໝວດສານອາຫານ ແລະ ເກືອແຮ່
RINGER ACETATE

RINGER ACETATE

ສ່ວນປະກອບຢາ

Sodium Chloride 0.6g, Potassium Chloride 0.03g, Calcium Chloride 0.022g, Sodium Acetate 0.38g/100ml

ຂະໜາດບັນຈຸ

1000 ມລ x 10 ຖົງ/ແກັດ; 500 ມລ x 20 ຖົງ/ແກັດ

ຂໍ້ບົ່ງໃຊ້

ໃຊ້ເພື່ອທົດແທນການເສຍນ້ຳໃນຮ່າງກາຍໂດຍສະເພາະແມ່ນນ້ຳນອກຈຸລັງ. ໃຊ້ເປັນນ້ຳສັກສົ່ງເພື່ອສະດວກໃນການສົມທົບໃຫ້ຢາ ປິ່ນປົວເຂົ້າທາງເສັ້ນເລືອດດຳໂດຍສະເພາະເວລາກ່ອນແລະຫຼັງທຳການຜ່າຕັດ. ໃຊ້ເພື່ອທົດແທນບໍລິມາດເລືອດໃນກໍລະນີມີການເສຍເລືອດ.

ວິທີໃຊ້ຢາ

ສັກສົ່ງເຂົ້າເສັ້ນເລືອດດຳແບບຢອດຕໍ່ຢອດ ແລະ ໃຊ້ຕາມການຊີ້ນຳຂອງແພດ.