ກ່ຽວກັບບໍລິສັດ

ບໍລິສັດ ຊີບີເອຟ ຟາຣມາ ຈຳກັດ ແມ່ນບໍລິສັດທີ່ໄດ້ດຳເນີນການຜະລິດ ແລະ ປຸງແຕ່ງຢາປົວພະຍາດ,ນຳເຂົ້າ-ສົ່ງອອກຢາປົວພະຍາດ, ວັດຖຸເປັນຢາ ແລະ ເຄມີ ທີ່ທັນສະໄໝ ແລະ ໄດ້ມາດຕະຖານ.

ດ້ວຍຄວາມມຸ່ງໝັ້ນໃນການມີສ່ວນຮ່ວມເພື່ອພັດທະນາເສດຖະກິດຂອງຊາດ-ສັງຄົມໂດຍສະເພາະແມ່ນການສົ່ງເສີມປະຊາຊົນໃຫ້ມີສຸຂະພາບທີ່ດີໄດ້ເຂົ້າເຖິງ ແລະ ນຳໃຊ້ຢາປົວພະຍາດ ແລະ ຜະລິດຕະພັນການແພດທີ່ມີຄຸນນະພາບ, ບໍລິສັດ ຊີບີເອຟ ຟາຣມາ ຈໍາກັດ ຈຶ່ງໄດ້ຮັບການສ້າງຕັ້ງຂື້ນພາຍໃຕ້ກົດໝາຍຂອງ ສ.ປ.ປ ລາວ ແລະ ໄດ້ເລິ່ມຕົ້ນດໍາເນີນອຸດສະຫະກໍາການຜະລິດ ແລະ ການຄ້າໃນວັນທີ 1 ເດືອນ ມັງກອນ ປີ 1995. ໂດຍມີວັດຖຸປະສົງເພື່ອພັດທະນາ ແລະ ສົ່ງເສີມອຸດສະຫະກໍາຜະລິດຢາປົວພະຍາດພາຍໃນປະເທດ, ພັດທະນາການສະໜອງຢາປົວພະຍາດ ແລະ ຜະລິດຕະພັນການແພດໃຫ້ໄດ້ມາດຕະຖານສາກົນ.

31 ປີຜ່ານມາ ບໍລິສັດ ຊີບີເອຟ ຟາຣມາ ຈໍາກັດ ໄດ້ເຕີບໃຫຍ່ຂະຫຍາຍຕົວມາເປັນຂັ້ນໆນັບຈາກການຜະລິດຂະໜາດນ້ອຍກ້າວຂຶ້ນຂະໜາດກາງຫາໃຫຍ່, ນຳໃຊ້ເຕັກໂນໂລຢີທັນສະໄໝ, ໂຮງງານຜະລິດຢາຊີບີເອຟ ໄດ້ດຳເນີນການຜະລິດຢາປົວພະຍາດຕາມຫຼັກການຜະລິດຢາທີ່ດີ GMP, ມີຫ້ອງວິໄຈທີ່ມີມາດຕະຖານ GLP, ມີລະບົບບໍລິຫານຄຸ້ມຄອງທີ່ມີຄຸນນະພາບຕາມມາດຕະຖານ ISO 9001:2015, ISO LAB 17025:2017 ມີພະນັກງານ-ກໍາມະກອນທີ່ມີທັກສະ, ມີປະສົບການ, ມີຄວາມຊໍານານງານ ຈຶ່ງເຮັດໃຫ້ການດໍາເນີນການຜະລິດ-ທຸລະກິດຢາປົວພະຍາດ ແລະ ຜະລິດຕະພັນການແພດຂອງບໍລິສັດ ຊີບີເອຟ ໄດ້ກ້າວຂຶ້ນສູ່ລະດັບຊັ້ນນໍາຂອງ ສປປ ລາວ.

About CBF

ມາດຕະຖານຂອງບໍລິສັດ

ມຸ່ງໝັ້ນສ້າງສັນຄຸນນະພາບຂອງຜະລິດຕະພັນ

ຄ່ານິຍົມ

ຊີບີເອຟ ມີສ່ວນຮ່ວມໃນການຮັກສາສຸຂະພາບຊຸມຊົນ ແລະ ຮັບຜິດຊອບຕໍ່ສັງຄົມ

ວິໄສທັດ

ມຸ້ງໝັ້ນພັດທະນາ ຊີບີເອຟ ໃຫ້ກາຍເປັນຜູ້ຜະລິດ, ຈຳໜ່າຍຢາປົວພະຍາດ ແລະ ອຸປະກອນການແພດທີ່ຈັດຢູ່ໃນລະດັບຊັ້ນນຳຂອງ ສ.ປ.ປ ລາວ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ.

ພາລະກິດ

  • ຜະລິດ ແລະ ຈຳໜ່າຍຢາປົວພະຍາດ ທີ່ມີຄຸນນະພາບມາດຕະຖານສາກົນ, ລາຄາສົມເຫດສົມຜົນ.
  • ສະໜອງອຸປະກອນການແພດທີ່ທັນສະໄໝ ທີ່ມີມາດຕະຖານລະດັບສາກົນ, ນຳໃຊ້ໃນການບົ່ງມະຕິ ແລະ ປິ່ນປົວ.
  • ພັດທະນາ ຊີບີເອຟ ເພື່ອສ້າງຄວາມແຕກຕ່າງ ແລະ ຮັບປະກັນການຂະຫຍາຍ ຕົວຢ່າງຕໍ່ເນື່ອງ.

ນະໂຍບາຍຄຸນນະພາບ

ມຸ້ງໝັ້ນສ້າງສັນຄຸນນະພາບຂອງຜະລິດຕະພັນ ແລະ ການບໍລິການ, ຕອບສະໜອງຄວາມເພິ່ງພໍໃຈຂອງລູກຄ້າ.

ການບໍລິຫານຈັດການ ແລະ ຄຸ້ມຄອງຄຸນນະພາບ

ເສັ້ນທາງແຫ່ງຄວາມມຸ່ງໝັ້ນໃນການພັດທະນາມາດຕະຖານການຜະລິດແລະການບໍລິການ

2003
GMPLogo
GMP Certification

GMP

ນັບແຕ່ປີ 2003, ຊີບີເອຟ ໄດ້ເລີ່ມນຳໃຊ້ຫຼັກການຜະລິດຢາທີ່ດີ GMP ເຊິ່ງເປັນລະບົບຄຸ້ມຄອງຄຸນນະພາບທຸກຂັ້ນຕອນການຜະລິດ ນັບແຕ່ຂອດວັດຖຸດິບ ຈົນເຖິງຜະລິດຕະພັນສຳເລັດຮູບ.

2004
GMPLogo
GMP Certification

GMP

ຮອດເດືອນເມສາ ປີ 2004 ກໍໄດ້ຮັບການຢັ້ງຢືນມາດຕະຖານ ອາຊຽນ GMP ໃນສາຍການຜະລິດຢາສັກປອດເຊື້ອຈາກກະຊວງສາທາລະນະສຸກຊຶ່ງເປັນໂຮງງານຜະລິດຢາແຫ່ງທຳອິດ ໃນ ສ.ປ.ປ ລາວ.

2015
ISO 9001:2015Logo
ISO 9001:2015 Certification

ISO 9001:2015

ນັບແຕ່ທ້າຍປີ 2015, ຊີບີເອຟ ໄດ້ນຳໃຊ້ມາດຕະຖານຄຸນນະພາບ ISO 9001:2015 ເຂົ້າໃນການບໍລິຫານຈັດການເຮັດໃຫ້ລູກຄ້າມີຄວາມເພີ່ງພໍໃຈ ແລະ ໄດ້ຊົມໃຊ້ຜະລິດຕະພັນທີ່ມີຄຸນນະພາບດີ, ລາຄາສົມເຫດສົມຜົນ, ໄດ້ເອົາໃຈໃສ່ຄຸ້ມຄອງຄຸນນະພາບຂອງຜະລິດຕະພັນ ແລະ ຮັບປະກັນຄວາມປອດໄພ ນັບແຕ່ຂອດການຈັດສົ່ງ ແລະ ການຈຳໜ່າຍໄປເຖິງມີຜູ້ຊົມໃຊ້.

2019
GLPLogo
GLP Certification

GLP

ມາຮອດທ້າຍປີ 2019 ຫ້ອງທົດລອງຂອງໂຮງງານຜະລິດຢາ ຊີບີເອຟ ກໍໄດ້ຖືກຮັບຮອງເປັນການປະຕິບັດຫ້ອງທົດລອງທີ່ດີ (Good Laboratory Practice - GLP) ຕາມ Guideline ຂອງອົງການອະນາໄມໂລກ, ເພື່ອວິໄຈ ແລະ ຄວບຄຸມຄຸນນະພາບວັດຖຸດິບ, ທາດອອກລິດ ແລະ ເຄື່ອງຫຸ້ມຫໍ່ທີ່ນຳມາຜະລິດຢາ, ຕະຫຼອດຮອດການທົດສອບຄວາມໝັ້ນຄົງຂອງຕົວຢາ, ເພື່ອຢັ້ງຢືນວ່າທຸກປັດໄຈທີ່ສົ່ງຜົນຕໍ່ຄຸນນະພາບຂອງຜະລິດຕະພັນແມ່ນໄດ້ຮັບການຄວບຄຸມ.

2023
Logo
 Certification

ໃນປີ 2023 CBF ກໍໄດ້ຖືກຮັບຮອງມາດຕະຖານຄວາມສາມາດຫ້ອງປະຕິບັດໃນການດຳເນີນການທົດສອບໃນລະດັບສາກົນ ISO/IEC 17025:2017.

ຕິດຕໍ່ພວກເຮົາ