ໝວດຢາປົວກະເພາະ-ລຳໄສ້

CIMETIDINE
ສ່ວນປະກອບຢາ
Cimetidine 400 mg
ຂະໜາດບັນຈຸ
10 ເມັດ x 25 ແຝງ x 32 ກັບ/ແກັດ
ຂໍ້ບົ່ງໃຊ້
ໃຊ້ປິ່ນປົວອາການອັກເສບ ຫຼື ເປັນແຜໃນລຳໄສ້ອ່ອນຕອນຕົ້ນ (Duodenal), ອັກເສບ ຫຼື ເປັນແຜໃນກະເພາະອາຫານ, ອາການ
ກົດໄຫຼຍ້ອນ, ອັກເສບທໍ່ອາຫານອັນເນື່ອງມາຈາກນ້ຳກົດຂອງກະເພາະໄຫຼຍ້ອນກັບ ແລະ ກຸ່ມອາຫານ Zollinger Ellison.
ວິທີໃຊ້ຢາ
ສຳຫຼັບປິ່ນປົວອາການອັກເສບລຳໄສ້ ແລະ ກະເພາະອາຫານ: ຜູ້ໃຫຍ່: ກິນ 1 ເມັດ 2 ເທື່ອ/ມື້. ຄວນໃຊ້ຢາໃນຕອນເຊົ້າ ແລະ ກ່ອນນອນ ຫຼື ໃຊ້ຕາມແພດສັ່ງ. ສຳຫຼັບປິ່ນປົວອາການອາການກົດໄຫຼຍ້ອນ,ອັກເສບຫຼອດອາຫານ ແລະ ກຸ່ມອາການ Zollinger Ellison: ຜູ້ໃຫຍ່ກິນ 1 ເມັດ, 4 ເທື່ອ/ມື້ື ຫຼື ໃຊ້ຕາມແພດສັ່ງ.