ໝວດຢາປົວພະຍາດຫົວໃຈ-ເສັ້ນເລືອດ
ENALAPRIL 20
ຈຳເປັນຕ້ອງມີໃບສັ່ງຢາຈາກແພດ

ENALAPRIL 20

ສ່ວນປະກອບຢາ

Enalapril Maleate 20mg

ຂະໜາດບັນຈຸ

10 ເມັດ x 3 ແຝງ x 50 ກັບ/ແກັດ

ຂໍ້ບົ່ງໃຊ້

ຢາ Enalapril ເປັນຢາທາງເລືອກ ໃຊ້ສຳລັບກໍລະນີ: ຄວາມດັນເລືອດສູງທີ່ບໍ່ຮູ້ສາເຫດ, ຄວາມດັນເລືອດສູງ ເນື່ອງຈາກໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງຮ່ວມກັບໂຣກເບົາຫວານ, ປ້ອງກັນ ແລະ ປິ່ນປົວ ພະວະຫົວໃຈວາຍ, ປ້ອງກັນການຂະຫຍາຍ Ventricle ຫຼັງຈາກເກີດພະວະກ້າມຊີ້ນຫົວໃຈຕາຍ.

ວິທີໃຊ້ຢາ

ປະລິມານແມ່ນຂຶ້ນກັບສະພາບຮ່າງກາຍຄົນເຈັບແຕ່ລະຄົນ, ຄວາມດັນເລືອດສູງ: ປະລິມານເລີ່ມຕົ້ນແມ່ນ 2.5-5 mg/ມື້, ປັບປະລິມານຕາມຄວາມດັນຂອງຄົນເຈັບ ປະລິມານຄວບຄຸມແມ່ນ: 10-20mg/ມື້. ປະລິມານສູງສຸດຕໍ່ມື້ແມ່ນ 40mg, ໃຫ້ກິນມື້ລະ 1 ເທື່ອ, ໃຊ້ປິ່ນປົວຮ່ວມກັບຢາຂັບປັດຊະວະ: ປະລິມານເລີ່ມຕົ້ນແມ່ນ 5 mg ຫຼື ໜ້ອຍກວ່າ, ຈາກນັ້ນຄ່ອຍປັບປະລິມານຕາມການຕອບສະໜອງຕໍ່ການປິ່ນປົວປ້ອງກັນພະວະຫົວໃຈວາຍ: ປະລິມານທີ່ເໝາະສົມໃນອາທິດທຳອິດແມ່ນ 2,5mg, ໃຫ້ກິນມື້ລະເທື່ອໃນ 3 ມື້ທຳອິດ ແລະ ກິນ 2 ເທື່ອຕໍ່ມື້ສຳລັບ 4 ມື້ທີ່ເຫຼືອ. ຈາກນັ້ນຄ່ອຍເພີ່ມປະລິມານຂຶ້ນ, ປະລິມານຄວບຄຸມແມ່ນ 20mg ຕໍ່ມື້, ກິນມື້ລະເທື່ອ ຫຼື ແບ່ງເປັນ 2 ເທື່ອ ຕອນເຊົ້າ-ແລງກໍໄດ້.