ໝວດຢາຕ້ານເຊື້ອກຸ່ມ Cephalosporins

ຈຳເປັນຕ້ອງມີໃບສັ່ງຢາຈາກແພດ
CEFIX 400
ສ່ວນປະກອບຢາ
Cefixime 400 mg
ຂະໜາດບັນຈຸ
10 ເມັດ x 10 ແຝງ x 72 ກັບ/ແກັດ
ຂໍ້ບົ່ງໃຊ້
ໃຊ້ໃນການປິ່ນປົວອາການຕິດເຊື້ອໃນລະບົບທາງເດີນຫາຍໃຈ: ອັກເສບຫູກາງ, ອັກເສບປອດຮຸນແຮງ ຫຼື ຊຳເຮື້ອ, ອັກເສບ
ຫຼອດລົມ, ອັກເສບອາມີດານ. ກໍລະນີຕິດເຊື້ອຕາມລະບົບທາງເດີນປັດສະວະ: ອັກເສບຕິດເຊື້ອລະບົບສືບພັນ, ໂຣກໜອງໃນ, ຕິດເຊື້ອ
ຜິວໜັງ ແລະ ເຍື່ອຫຸ້ມ.ໃຊ້ປິ່ນປົວໄຂ້ທໍລະພິດ, ທ້ອງບິດ ແລະ ໃຊ້ປ້ອງກັນການຕິດເຊື້ອຫຼັງຜ່າຕັດ.ກໍລະນີຕິດເຊື້ອຕາມລະບົບທາງເດີນອາຫານ: ບີ ແລະ ທໍ່ສົ່ງບີອັກເສບ.
ວິທີໃຊ້ຢາ
ຜູ້ໃຫຍ່ ແລະ ເດັກນ້ອຍອາຍູເກີນ 12 ປີ: ໃຊ້ໃນປະລິມານ 400mg/ມື້ ກິນເທື່ອດຽວ ຫຼຶ ແບ່ງ 2 ເທື່ອ, ຫ່າງກັນ 12 ຊົ່ວໂມງ.
ໄລຍະເວລາປິ່ນປົວແມ່ນ 5-10 ມື້, ກໍລະນີຕິດເຊື້ອທາງເດີນປັດສະວະ ຫຼື ໂຣກໜອງໃນໃຫ້ກິນ 400mg (ກິນເທື່ອດຽວ).