ໝວດຢາຕ້ານເຊື້ອກຸ່ມ Cephalosporins

ຈຳເປັນຕ້ອງມີໃບສັ່ງຢາຈາກແພດ
CEFIX-200
ສ່ວນປະກອບຢາ
Cefixime 200 mg
ຂະໜາດບັນຈຸ
10 ເມັດ x 10 ແຝງ x 50 ກັບ/ແກັດ
ຂໍ້ບົ່ງໃຊ້
ໃຊ້ໃນການປິ່ນປົວອາການຕິດເຊື້ອໃນລະບົບທາງເດີນຫາຍໃຈ: ອັກເສບຫູກາງ, ອັກເສບປອດຮຸນແຮງ ຫຼື ຊຳເຮື້ອ, ອັກເສບຫຼອດ
ລົມ, ອັກເສບອາມີດານ. ກໍລະນີຕິດເຊື້ອຕາມລະບົບທາງເດີນປັດສະວະ: ອັກເສບຕິດເຊື້ອລະບົບສືບພັນ, ໂຣກໜອງໃນ, ຕິດເຊື້ອ
ຜິວໜັງ ແລະ ເຍື່ອຫຸ້ມ.ໃຊ້ປິ່ນປົວໄຂ້ທໍລະພິດ, ທ້ອງບິດ ແລະ ໃຊ້ປ້ອງກັນການຕິດເຊື້ອຫຼັງຜ່າຕັດ. ກໍລະນີຕິດເຊື້ອຕາມລະບົບທາງເດີນອາຫານ: ບີ ແລະ ທໍ່ສົ່ງບີອັກເສບ.
ວິທີໃຊ້ຢາ
ຜູ້ໃຫຍ່ ແລະ ເດັກນ້ອຍອາຍຸເກີນ 12 ປີ ໃຊ້ໃນປະລິມານ 400mg/ມື້ ກິນເທື່ອດຽວ ຫຼື ແບ່ງເປັນ 2 ເທື່ອ, ຫ່າງກັນ
12 ຊົ່ວໂມງ, ກໍລະນີຕິດເຊື້ອທາງເດີນປັດສະວະ ຫຼື ໂຣກໜອງໃນໃຫ້ກິນ 400 mg (ກິນເທື່ອດຽວ).