ໝວດຢາຕ້ານເຊື້ອກຸ່ມ Sulfonamides
BISEPTRIM
ຈຳເປັນຕ້ອງມີໃບສັ່ງຢາຈາກແພດ

BISEPTRIM

ສ່ວນປະກອບຢາ

Sulfamethoxazole 400 mg, Trimethoprim 80 mg

ຂະໜາດບັນຈຸ

10 ເມັດ x 20 ແຝງ x 24 ກັບ/ແກັດ

ຂໍ້ບົ່ງໃຊ້

ໃຊ້ປິ່ນປົວການຕິດເຊື້ອລະບົບຫາຍໃຈ, ອັກເສບຫູກາງ, ອັກເສບທາງເດີນປັດສະວະ, ລະບົບສືບພັນ, ຕ່ອມປົດສະຕາດ, ອັກເສບ ທາງເດີນອາຫານ, ຕິດເຊື້ອຜິວໜັງ ແລະ ເລືອດເປັນພິດຍ້ອນການຊຶມເຊື້ອ.

ວິທີໃຊ້ຢາ

ຜູ້ໃຫຍ່: ໃຫ້ກິນເທື່ອລະ 1 ເມັດ, 2-3ເທື່ອ/ມື້. ເດັກນ້ອຍ: ກິນເທື່ອລະ 12-18 ມກ/ກິໂລກຣາມນ້ຳໜັກຮ່າງກາຍແບ່ງເປັນ 2 ເທື່ອ. ຄວນກິນຢາຫຼັງອາຫານແລະດື່ມນ້ຳຫຼາຍໆ