ໝວດຢາຕ້ານເຊື້ອກຸ່ມ Macrolides

ຈຳເປັນຕ້ອງມີໃບສັ່ງຢາຈາກແພດ
AZITHROMAX 500
ສ່ວນປະກອບຢາ
Azithromycin 500 mg
ຂະໜາດບັນຈຸ
3 ເມັດ x 10 ແຝງ x 120ກັບ/ແກັດ
ຂໍ້ບົ່ງໃຊ້
ໃຊ້ໃນການປິ່ນປົວການຕິດເຊື້ອຕາມທາງເດີນຫາຍໃຈອັກເສບປອດ, ອັກເສບຫຼອດປອດ, ແລະ ອັກເສບຜົ້ງດັງ, ອັກເສບຄໍ, ອັກເສບ
ອາມີດານ, ປິ່ນປົວການຕິດເຊື້ອຕາມຜິວ-ໜັງ, ຜິວໜັງອ່ອນ, ອັກເສບຫູສ່ວນກາງ. ໃຊ້ປິ່ນປົວພະຍາດຕິດຕໍ່ທາງເພດທີ່ເກີດຈາກເຊື້ອ Chlamydia trachlomatics ຫຼື Neissria ໃຊ້ໄດ້ທັງຊາຍ ແລະ ຍິງ.
ວິທີໃຊ້ຢາ
ໃຊ້ປິ່ນປົວການຕິດເຊື້ອລະບົບສືບພັນເຊັ່ນ: ອັກເສບປາກມົດລູກ, ອັກເສບທໍ່ຍ່ຽວຍ້ອນຕິດເຊື້ອ Chlamydia trachlomatics
ຫຼື Neissria ໃຫ້ກິນເທື່ອດຽວໃນປະລິມານ 1g (2ເມັດ). ກໍລະນີອື່ນເຊັ່ນ: ອັກເສບຫຼອດປອດ - ຫຼອດລົມ, ອັກເສບຜົ້ງດັງ,
ອັກເສບຄໍ, ອັກເສບອາມີດານ... ກິນມື້ລະ 500mg(1ເມັດ) ໃນໄລຍະ 3 ມື້ ຫຼື ມື້ທຳອິດໃຫ້ກິນ 500mg(1ເມັດ), 4 ມື້ຕໍ່ມາ
ໃຫ້ກິນມື້ລະເທື່ອ, ເທື່ອລະ 250 mg (0,5ເມັດ).