ໝວດຢາຕ້ານເຊື້ອກຸ່ມ Macrolides

ຈຳເປັນຕ້ອງມີໃບສັ່ງຢາຈາກແພດ
AZITHROMAX 250
ສ່ວນປະກອບຢາ
Azithromycin 250 mg
ຂະໜາດບັນຈຸ
6 ເມັດ x 10 ແຝງ x 69 ກັບ/ແກັດ
ຂໍ້ບົ່ງໃຊ້
ໃຊ້ໃນການປິ່ນປົວການຕິດເຊື້ອຕາມທາງເດີນຫາຍໃຈອັກເສບປອດ, ອັກເສບຫຼອດປອດ, ແລະ ອັກເສບຜົ້ງດັງ, ອັກເສບຄໍ, ອັກເສບ
ອາມີດານ, ປິ່ນປົວການຕິດເຊື້ອຕາມຜິວ-ໜັງ, ຜິວໜັງອ່ອນ, ອັກເສບຫູສ່ວນກາງ. ໃຊ້ປິ່ນປົວພະຍາດຕິດຕໍ່ທາງເພດທີ່ເກີດຈາກເຊື້ອ Chlamydia trachlomatics ຫຼື Neissria ໃຊ້ໄດ້ທັງຊາຍ ແລະ ຍິງ.
ວິທີໃຊ້ຢາ
ຜູ້ໃຫຍ່: ອັກເສບຄໍມົດລູກ, ອັກເສບທໍ່ຍ່ຽວຍ້ອນຕິດເຊື້ອ Chlamydia trachlomatis or Neissria ໃຫ້ກິນຄັ້ງດຽວໃນປະລິມານ 1 ກຣາມ/ກິໂລກຣາມ ນ້ຳໜັກຮ່າງກາຍ. ຜູ້ສູງອາຍຸ - ເດັກນ້ອຍ: ມື້ທຳອິດໃຫ້ກິນ1ເທື່ອໃນປະລິມານ 10 ມິລີກຣາມ/ກິໂລກຣາມນ້ຳໜັກຮ່າງກາຍ. ກໍລະນີອື່ນຄື ອັກເສບປອດ-ຫຼອດລົມ, ອັກເສບຜົ້ງດັງ, ອັກເສບຄໍ, ອັກເສບອາມີດານ... ມື້ທຳອິດໃຫ້ກິນ 1 ເທື່ອໃນປະລິມານ 500 ມິລີກຣາມ/ເທື່ອ(2 ເມັດ), 4 ມື້ຕໍ່ມາໃຫ້ກິນ ມື້ລະ 250 ມິລີກຣາມ (1 ເມັດ) ກ່ອນອາຫານ 1 ຊົ່ວໂມງ ຫຼື ຫຼັງອາຫານ 2 ຊົ່ວໂມງ.