ໝວດຢາຕ້ານເຊື້ອກຸ່ມ Penicillins
AMPICIN.DRY
ຈຳເປັນຕ້ອງມີໃບສັ່ງຢາຈາກແພດ

AMPICIN.DRY

ສ່ວນປະກອບຢາ

Ampicillin 125 mg

ຂະໜາດບັນຈຸ

ຂວດ 60 ມລ/ກັບ, 108 ຂວດ/ແກັດ

ຂໍ້ບົ່ງໃຊ້

ຢາຕ້ານເຊື້ອທີ່ມີຜົນກ້ວາງຂວາງໃຊ້ປິ່ນປົວການຕິດເຊື້ອຕາມທາງເດີນຫາຍໃຈ, ທາງເດີນອາຫານ, ທາງເດີນປັດສະວະ ແລະ ລະບົບສືບພັນ. ການຕິດເຊື້ອຕາມຜິວໜັງ ແລະ ບັນດາເຊື້ອໂຣກທີ່ໄວຕໍ່ຢານີ້.

ວິທີໃຊ້ຢາ

ເດັກອາຍຸຕ່ຳກວ່າ 2 ປີ: ໃຫ້ກິນ ½ ບ່ວງກາເຟ, ເດັກອາຍຸ2-7 ປີ: ໃຫ້ກິນ 1 ບ່ວງກາເຟ, ເດັກອາຍຸ 8-12 ປີ: ໃຫ້ກິນ1-2 ບ່ວງກາເຟ, ຜູ້ໃຫຍ່ ແລະ ເດັກອາຍຸເກີນ 12 ປີຂຶ້ນໄປໃຫ້ກິນເທື່ອລະ 2 - 4 ບ່ວງກາເຟ. ຄວນກິນທຸກໆ 8 ຊົ່ວໂມງ