ໝວດຢາຕ້ານເຊື້ອກຸ່ມ Penicillins
AMPI-CBF
ຈຳເປັນຕ້ອງມີໃບສັ່ງຢາຈາກແພດ

AMPI-CBF

ສ່ວນປະກອບຢາ

Ampicillin Trihydrate equivalent to Ampicillin 500 mg

ຂະໜາດບັນຈຸ

500 ເມັດ X 50 ແຝງ x 15 ກ່ອງ/ແກ໋ດ

ຂໍ້ບົ່ງໃຊ້

ໃຊ້ປິ່ນປົວການຕິດເຊື້ອທາງເດີນຫາຍໃຈ, ລະບົບຍ່ອຍອາຫານ, ລະບົບປັດສະວະ ແລະ ລະບົບສືບພັນ, ການຕິດເຊື້ອຕາມຜິວໜັງທີ່ເນື່ອງມາຈາກເຊື້ອແບັກທີເຣຍ.

ວິທີໃຊ້ຢາ

ຜູ້ໃຫຍ່: ໃຫ້ກິນເທື່ອລະ 1-2 ແຄັບຊູນ, 2-3 ເທື່ອ/ມື້, ກິນກ່ອນອາຫານ 30 ນາທີ ຫຼື 2 ຊົ່ວໂມງຫຼັງອາຫານ. ເດັກນ້ອຍ: ໃຫ້ກິນ 25 - 50 mg/kg/ມື້, ແບ່ງເປັນປະລິມານເທົ່າກັນ, ກິນທຸກໆ 6 ຊົ່ວໂມງ. ນອກຈາກນີ້ ປະລິມານຢາອາດຈະໃຊ້ຕາມຄຳແນະນຳຂອງທ່ານໝໍ.
AMPI-CBF