ໝວດຢາຕ້ານເຊື້ອກຸ່ມ Penicillins

ຈຳເປັນຕ້ອງມີໃບສັ່ງຢາຈາກແພດ
AMOXIN 125
ສ່ວນປະກອບຢາ
Amoxicillin 125 mg/5ml
ຂະໜາດບັນຈຸ
ຂວດ 60 ມລ/ກັບ; 108 ຂວດ/ແກັດ
ຂໍ້ບົ່ງໃຊ້
ຢາຕ້ານເຊື້ອທີ່ມີຜົນກ້ວາງຂວາງໃຊ້ປິ່ນປົວການຕິດເຊື້ອຕາມທາງເດີນຫາຍໃຈ, ທາງເດີນອາຫານ,ທາງເດີນປັດສະວະ ແລະ ລະບົບສືບພັນ. ການຕິດເຊື້ອຕາມຜິວໜັງ ແລະ ບັນດາເຊື້ອໂຣກທີ່ໄວຕໍ່ຢານີ້.
ວິທີໃຊ້ຢາ
ເດັກອາຍຸຕ່ຳກວ່າ 2 ປີ : ໃຫ້ກິນ ½ ບ່ວງກາເຟ, ເດັກອາຍຸ 2-7 ປີ: ໃຫ້ກິນ 1ບ່ວງກາເຟ, ເດັກອາຍຸ 8-12 ປີ: ໃຫ້ກິນ 1-2 ບ່ວງກາເຟ
, ຜູ້ໃຫຍ່ ແລະ ເດັກອາຍຸເກີນ 12 ປີຂຶ້ນໄປ ໃຫ້ກິນເທື່ອລະ 2 - 4 ບ່ວງກາເຟ, ທຸກໆ 8 ຊົ່ວໂມງ.