ໝວດຢາປິ່ນປົວເບົາຫວານ

ຈຳເປັນຕ້ອງມີໃບສັ່ງຢາຈາກແພດ
GLIBEN 5
ສ່ວນປະກອບຢາ
Glibenclamide 5 mg
ຂະໜາດບັນຈຸ
10 ເມັດ x 10 ແຝງ 162 ກັບ/ແກັດ
ຂໍ້ບົ່ງໃຊ້
Glibenclamide ແມ່ນຈັດຢູ່ໃນກຸ່ມຂອງຢາປົວໂຣກເບົາຫວານໝວດ Sulfonylureas, ເປັນຢາທາງເລືອກໃຊ້ສໍາລັບການປິ່ນປົວ
ໂຣກເບົາຫວານທີ່ບໍ່ຂື້ນກັບ Insulin ( ເບົາຫວານຊະນິດທີ 2 ).
ວິທີໃຊ້ຢາ
ໂດຍທົ່ວໄປປະລິມານເລີ້ມຕົ້ນແມ່ນ: ໃຫ້ກິນ 2.5-5 mg /ມື້ (ກິນກ່ອນອາຫານ 30 ນາທີ). ຖ້າມີການໃຊ້ຢາຄວບຄຸມນ້ຳຕານຊະນິດອື່ນມາແລ້ວ, ເມື່ອປ່ຽນມາໃຊ້ Glibenclamide ໃຫ້ເລີ່ມກິນໃນປະລິມານ: 2.5 - 5mg / ມື້ ຫຼັງຈາກມື້ຢຸດຢາ ທີ່ໃຊ້ກ່ອນໜ້ານີ້.