ໝວດຢາຕ້ານກາຍຜິດທາດ ແລະ ພູມແພ້

POLAREMIN
ສ່ວນປະກອບຢາ
Chlorpheniramin maleat 2 mg
ຂະໜາດບັນຈຸ
10 ເມັດ x 10 ແຝງ x 174 ກັບ/ແກັດ
ຂໍ້ບົ່ງໃຊ້
ປິ່ນປົວອາການຕ່າງໆເນື່ອງມາຈາກພູມແພ້ເຊັ່ນ: ຈາມ, ນຳ້ມູກໄຫຼ, ຄັນ, ນ້ຳຕາໄຫຼ, ລົມເປັນຜິດ, ມຸ່ນມ່ານ, ອັກເສບດັງ, ອັກເສບຕາມຜິວໜັງ ອາການແພ້ລະອອງເກສອນດອກໄມ້, ແພ້ອາຫານ, ແພ້ຍ້ອນແມງໄມ້...
ວິທີໃຊ້ຢາ
ເດັກອາຍຸ 1-5 ປີ: ກິນເທື່ອລະ 1mg ຫຼື 1/2 ເມັດ, ທຸກໆ 4-6ຊົ່ວໂມງ, ບໍ່ຄວນໃຫ້ກິນຢາເກີນ 6 mg (ຫຼື 3 ເມັດ)/ 24 ຊົ່ວໂມງ. ເດັກອາຍຸ 6-12 ປີ: ກິນເທື່ອລະ 2 mg ຫຼື 1ເມັດ, ທຸກໆ 4-6ຊົ່ວໂມງ, ບໍ່ຄວນໃຫ້ກິນຢາເກີນ 12mg (ຫຼື 6 ເມັດ)/24 ຊົ່ວໂມງ. ຜູ້ໃຫຍ່: ກິນເທື່ອລະ 1-2 ເມັດ, ທຸກໆ 4-6 ຊົ່ວໂມງ, ບໍ່ຄວນໃຫ້ກິນຢາເກີນ 24 mg (ຫຼື 12 ເມັດ)/ 24 ຊົ່ວໂມງ.