ໝວດຢາຕ້ານກາຍຜິດທາດ ແລະ ພູມແພ້

CHLORPHENIRAMINE
ສ່ວນປະກອບຢາ
Chlorpheniramine Maleate 2mg/5ml
ຂະໜາດບັນຈຸ
ຂວດ 60 ມລ x 96 ຂວດ/ແກັດ
ຂໍ້ບົ່ງໃຊ້
ເປັນຢາແກ້ອາການແພ້ຕ່າງໆ ເຊັ່ນ: ອາການແພ້ອາກາດ, ອາການແພ້ຍ້ອນຝຸ່ນລະອອງ, ອາການແພ້ທີ່ເກີດຈາກການໃຊ້ຢາຊະນິດອື່ນ, ບັນເທົາອາການໄອ.
ວິທີໃຊ້ຢາ
ຜູ້ໃຫຍ່ແລະເດັກອາຍຸເກີນ 12 ປີ: ກິນເທື່ອລະ 1 ບ່ວງແກງ, ເດັກນ້ອຍອາຍຸແຕ່ 5-12 ປີ: ກິນເທື່ອລະ 1/2 ບ່ວງແກງ, ເດັກນ້ອຍອາຍຸແຕ່ 1-5 ປີ: ກິນເທື່ອລະ 1 ບ່ວງກາເຟ, ເດັກນ້ອຍອາຍຸຕ່ຳກວ່າ 1 ປີ: ກິນເທື່ອລະ 1/2 ບ່ວງກາເຟ ກິນ 2-3 ເທື່ອຕໍ່ມື້.