ໝວດຢາແກ້ປວດ, ລົດໄຂ້ ແລະ ຕ້ານການອັກເສບ
SALICYLATE-EXTRA

SALICYLATE-EXTRA

ສ່ວນປະກອບຢາ

Methyl Salicylate 15%, Menthol 10%, Eucalyptus Oil 2%, Camphor 2%

ຂະໜາດບັນຈຸ

30g x 12 ຂວດ x 20 ແພັກ/ແກັດ

ຂໍ້ບົ່ງໃຊ້

ໃຊ້ບັນເທົາອາການປວດເມື່ອຍກ້າມຊີ້ນ, ປວດຕາມຂໍ່ຕໍ່, ປວດກ້າມໄຫຼ່ ແລະ ປວດແອວ. ໃຊ້ນວດເພື່ອຜ່ອນຄາຍອາການເຄັງຕຶງ ຂອງກ້າມຊີ້ນກ່ອນ ແລະ ຫຼັງການຫຼິ້ນກິລາຫຼື ເຮັດວຽກໜັກ,ເໝາະສຳລັບໃຊ້ໃນວຽກງານກາຍຍະບຳບັດ. ໃຊ້ນວດກໍລະນີແກ້ອາການຟົກຊ້ຳ ຫຼື ໄຄ່ບວມຍ້ອນຖືກກະທົບຈາກຂອງແຂງ, ແມງໄມ້ກັດຕອດ ຫຼື ອັກເສບ. ໃຊ້ຂູດລົມ ຫຼື ສູດດົມບັນເທົາອາການວິນຫົວ, ລາຍຕາ ຫຼື ເປັນ ລົມເນື່ອງຈາກເມົາລົດເມົາເຮືອ.

ວິທີໃຊ້ຢາ

ໃຊ້ຢາທາຕາມບໍລິເວນທີ່ມີອາການໃນປະລິມານພໍເໝາະ, ໃຊ້ມືນວດເບົາໆໃຫ້ຕົວຢາກະຈາຍທົ່ວເຖິງ ແລະ ປະໄວ້.