ບົດຄວາມສຸຂະພາບ

🚨 ສາຍປາຕີ້ & ສາຍເຮັດວຽກໜັກ ຕ້ອງອ່ານ!

08:23, 04/05/2026
1 Reads
🚨 ສາຍປາຕີ້ & ສາຍເຮັດວຽກໜັກ ຕ້ອງອ່ານ!

ຮູ້ສຶກອ່ອນເພຍງ່າຍ ລະວັງ "ຕັບ" ກຳລັງສົ່ງສັນຍານເຕືອນ

ໃຜທີ່ມັກສັງສັນດື່ມໜັກ ຫຼື ເຮັດວຽກຈົນເດິກດື່ນພັກຜ່ອນໜ້ອຍ... ຮູ້ຫຼືບໍ່ວ່າພຶດຕິກຳເຫຼົ່ານີ້ກຳລັງທຳລາຍ "ຕັບ" ຂອງທ່ານໂດຍບໍ່ຮູ້ຕົວ! ເມື່ອຕັບເຮັດວຽກໜັກເກີນໄປ ຈະເຮັດໃຫ້ຮ່າງກາຍອ່ອນເພຍງ່າຍ ແລະ ສ່ຽງຕໍ່ບັນຫາສຸຂະພາບໃນໄລຍະຍາວ.

ຢ່າລໍຖ້າໃຫ້ຕັບເສື່ອມໂຊມ! ມາເລີ່ມ ການດູແລຕັບ ສຳລັບສາຍ Party ແລະ ພະນັກງານຜູ້ເຮັດວຽກໜັກ ດ້ວຍ 6 ວິທີງ່າຍໆ ທີ່ CBF ນຳມາຝາກມື້ນີ້:

  • ຫຼຸດຜ່ອນການດື່ມແອລກໍຮໍ: ໃຫ້ຕັບໄດ້ພັກຜ່ອນ ແລະ ຟື້ນຟູ.

  • ກິນອາຫານບຳລຸງຕັບ: ເນັ້ນຜັກ, ໝາກໄມ້ ແລະ ໂປຣຕິນທີ່ມີປະໂຫຍດ.

  • ອອກກຳລັງກາຍສະໝ່ຳສະເໝີ: ຊ່ວຍກະຕຸ້ນການເຜົາຜານ ແລະ ຫຼຸດໄຂມັນ. ການແບ່ງເວລາໄປຫຼິ້ນເວທເທຣນນິ້ງ (Weight Training) ໃຫ້ໄດ້ຈັກ 5 ມື້ຕໍ່ອາທິດ ກໍເປັນທາງເລືອກທີ່ດີເລີດໃນການຊ່ວຍເຜົາຜານໄຂມັນສະສົມ!

  • ດື່ມນ້ຳສະອາດໃຫ້ພຽງພໍ: ຊ່ວຍຂັບໄລ່ສານຜິດອອກຈາກຮ່າງກາຍ.

  • ໃຫ້ນອນພັກຜ່ອນໃຫ້ພຽງພໍ: ໃຫ້ຕັບມີເວລາຊ້ອມແຊມຕົວເອງ.

  • ຄວບຄຸມນ້ຳໜັກໃຫ້ເໝາະສົມ: ປ້ອງກັນພາວະໄຂມັນພອກຕັບ.

ມາສຳຫຼວດຕົວເອງກັນ: ໃນ 6 ຂໍ້ນີ້, ຂໍ້ໃດທີ່ທ່ານຄິດວ່າ "ເຮັດຍາກທີ່ສຸດ" ສຳລັບຕົວທ່ານເອງ? ຄອມເມັ້ນບອກແອັດມິນແດ່ເດີ້!

#ການດູແລຕັບ #ບຳລຸງຕັບ #ສາຍປາຕີ້ #ພະນັກງານອອຟຟິສ #ໄຂມັນພອກຕັບ #ສຸຂະພາບດີ #CBFPharma #ຊີບີເອຟຟາຣມາ #HealthyTips

ຂໍ້ມູນເພີ່ມເຕິມ