ບົດຄວາມສຸຂະພາບ

🚨 ຝຸ່ນ PM 2.5 ຂຶ້ນສູງ! ໃຜກຳລັງມີອາການ ໄອແຫ້ງ, ຈາມ, ແພ້ອາກາດ ຕ້ອງອ່ານດ່ວນ!

04:22, 21/03/2026
11 Reads
🚨 ຝຸ່ນ PM 2.5 ຂຶ້ນສູງ! ໃຜກຳລັງມີອາການ ໄອແຫ້ງ, ຈາມ, ແພ້ອາກາດ ຕ້ອງອ່ານດ່ວນ!

ອາກາດປ່ຽນ ບວກກັບຝຸ່ນຄວັນ PM 2.5 ທີ່ສູງຂຶ້ນ ເຮັດໃຫ້ຫຼາຍຄົນຕ້ອງທໍລະມານກັບອາການ ລະຄາຍເຄືອງຕາ, ຄັນດັງ, ຈາມ, ໄອແຫ້ງ ຫຼື ຫາຍໃຈຝືດ. ຖ້າປ່ອຍໄວ້ ອາດກະທົບຕໍ່ການເຮັດວຽກ ແລະ ການໃຊ້ຊີວິດປະຈຳວັນ!

ຢ່າປ່ອຍໃຫ້ພູມແພ້ມາກວນໃຈ! ດູແລດ້ວຍ 2 ຕົວຊ່ວຍຍອດຮິດ ທີ່ຄວນມີຕິດບ້ານໄວ້:

  • ສາຍເຮັດວຽກ ບໍ່ຢາກງ້ວງ: ຕ້ອງ Fexofen ຊ່ວຍບັນເທົາອາການແພ້ ໂດຍບໍ່ເຮັດໃຫ້ງ້ວງນອນ! ຫຼຸດອາການຄັນຜິວໜັງ ແລະ ອອກລິດຍາວນານເຖິງ 24 ຊົ່ວໂມງ.

  • ສາຍພູມແພ້ ເປັນຫວັດ: ຕ້ອງ Cetirizine ໂຕຊ່ວຍແກ້ບັນຫາພູມແພ້ອາກາດ, ຜື່ນຄັນ ພ້ອມທັງຊ່ວຍບັນເທົາອາການຈາມ, ນ້ຳມູກຍ້ອຍ ແລະ ອາການຄັນ ໄດ້ຢ່າງົງຈຸດ.


CETIRIZINE

ສ່ວນປະກອບ:

- Cetirizine Hydrochloride 10mg

ຂໍ້ບົ່ງໃຊ້:

ໃຊ້ໃນການປ້ອງກັນ ຫຼື ປິ່ນປົວອາການໄຂ້ຕາມລະດູການ ແລະ

ອາການອື່ນໆທີ່ເປັນໂຣກພູມແພ້ທາງເດີນຫາຍໃຈສ່ວນເທິງເຊັ່ນ:

ຄັນດັງ, ນ້ຳມູກໄຫຼ, ຈາມ, ມີອາການຄັນໃນຮູດັງ ແລະ ຮູຄໍ,

ນ້ຳຕາໄຫຼ, ນອກຈາກນັ້ນຍັງໄດ້ຖືກນຳໃຊ້ສຳລັບການປ້ອງກັນ ຫຼື

ປິ່ນປົວໂຣກລົມພິດຊຳເຮື້ອໃນເດັກນ້ອຍທີ່ມີອາຍຸແຕ່ 6 ປີຂຶ້ນໄປ

ແລະ ອາດຈະຖືກນຳໃຊ້ຕາມອາການໂດຍທ່ານໝໍເປັນຜູ້ກຳນົດ.

ວິທີໃຊ້:

- ຜູ້ໃຫຍ່ ແລະ ເດັກນ້ອຍ 6 ປີຂຶ້ນໄປ: ກິນ1ເມັດ 10 mg/ມື້ ຫຼື

5 mg x 2ເທື່ອ/ມື້


FEXOFEN

ສ່ວນປະກອບ:

- Fexofenadine HCl. 60mg

ຂໍ້ບົ່ງໃຊ້:

- ໃຊ້ປິ່ນປົວອາການພູມແພ້ຕ່າງໆເຊັ່ນ: ຄັນດັງ, ຕັນດັງ, ຈາມ,

ນ້ຳມູກໄຫຼ, ຄັນໃນຮູຄໍ, ນ້ຳຕາໄຫຼ...

- ໃຊ້ປິ່ນປົວອາການແພ້ອາກາດ(Urticaria)ເຊັ່ນ:

ເກີດຕຸ່ມ-ຜື່ນແດງ ຄັນຕາມຜິວໜັງ.

ວິທີໃຊ້:

- ຜູ້ໃຫຍ່ ແລະ ເດັກນ້ອຍອາຍຸເກີນ 12ປີ: ກິນ 1ເມັດ x 2ເທື່ອ/ມື້

- ຄົນເຈັບທີ່ມີພາວະໄຂ່ຫຼັງຊຸດໂຊມ: ກິນ 1ເມັດ x 1 ເທື່ອ/ມື້

- ກິນຢາຫຼັງອາຫານ 2 ຊົ່ວໂມງ, ຄວນກິນຢານີ້ໃນເວລາດຽວກັນທຸກມື້.

ຂໍ້ມູນເພີ່ມເຕິມ

🚨 PM 2.5 is High! Anyone experiencing a dry cough, sneezing, or allergies must read this urgently!