ບົດຄວາມສຸຂະພາບ

🩺 4 ເຄັດ (ບໍ່) ລັບ! ດູແລຫົວໃຈໃຫ້ແຂງແຮງ ຫ່າງໄກ ໂຣກຄວາມດັນເລືອດສູງ

02:11, 21/03/2026
18 Reads
🩺 4 ເຄັດ (ບໍ່) ລັບ! ດູແລຫົວໃຈໃຫ້ແຂງແຮງ ຫ່າງໄກ ໂຣກຄວາມດັນເລືອດສູງ

ສຳລັບຜູ້ທີ່ມີພາວະຄວາມດັນເລືອດສູງ, ເປັນເບົາຫວານ ຫຼື ເຄີຍມີອາການເຈັບແໜ້ນໜ້າເອິກ ການດູແລຕົວເອງໃນຊີວິດປະຈຳວັນແມ່ນສຳຄັນຫຼາຍ! ມື້ນີ້ພວກເຮົາມີ 4 ວິທີງ່າຍໆມາຝາກ:

  • ກິນຖືກຫຼັກ: ຫຼຸດເຄັມ, ເພີ່ມຜັກ, ຫຼີກລ່ຽງອາຫານແປຮູບ.

  • ຂະຫຍັບຮ່າງກາຍ: ຍ່າງໄວ ຫຼື ແລ່ນ 30 ນາທີ/ມື້ ໃຫ້ຫົວໃຈເຕັ້ນແຮງ.

  • ພັກຜ່ອນກາຍ-ໃຈ: ນອນໃຫ້ພໍ 7-8 ຊົ່ວໂມງ ແລະ ບໍ່ຄຽດ.

  • ຮູ້ທັນຕົວເລກ: ໝັ່ນວັດແທກຄວາມດັນໃຫ້ຢູ່ຕ່ຳກວ່າ 120/80.

ແລະ ທີ່ສຳຄັນ, ຖ້າແພດສັ່ງຈ່າຍຢາ ຄວນກິນຢາຢ່າງສະໝ່ຳສະເໝີ. Amlodipine 10mg ເປັນຢາທີ່ຊ່ວຍຫຼຸດຄວາມດັນໄດ້ຢ່າງມີປະສິດທິພາບ ແລະ ໃຊ້ປິ່ນປົວອາການເຈັບແໜ້ນໜ້າເອິກໄດ້ເປັນຢ່າງດີ ໂດຍກິນພຽງມື້ລະ 1 ຄັ້ງເທົ່ານັ້ນ.

ຊ່ວຍກົດ Share ໂພສນີ້ ເພື່ອແບ່ງປັນຄວາມຮູ້ດີໆໃຫ້ໝູ່ເພື່ອນໃນເຟສບຸກຂອງທ່ານໄດ້ອ່ານນຳກັນ!


AMLODIPINE (ແອມໂລດິປິນ)

ສ່ວນປະກອບ:

- Amlodipine besylate 10 mg

ຂໍ້ບົ່ງໃຊ້:

- ໃຊ້ປິ່ນປົວໂຣກຄວາມດັນເລືອດສູງ

(ໃນຄົນເຈັບທີ່ມີພາວະແຊກຊ້ອນເຊັ່ນ: ໂຣກເບົາຫວານ).

- ໃຊ້ປ້ອງກັນ ແລະ ປິ່ນປົວໃນຄົນເຈັບທີ່ມີອາການເຈັບແໜ້ນໜ້າເອິກ

(ເສັ້ນເລືອດຫົວໃຈຕີບຕັນ/ຂາດເລືອດໃນຫົວໃຈ).

ວິທີໃຊ້:

- ກິນ 10 mg/ເທື່ອ/ມື້, ສາມາດກິນຢານີ້ກ່ອນ ຫຼື ຫຼັງອາຫານກໍ່ໄດ້,

ແຕ່ຄວນກິນຢານີ້ໃຫ້ຖືກເວລາໃນທຸກໆຄັ້ງ.

ຂໍ້ມູນເພີ່ມເຕິມ

🩺 4 (Not-So) Secret Tips! Keep Your Heart Strong and Ward Off High Blood Pressure